ອາຫານເສດຖະກິດ


 ແນະນຳອາຫານລາວມີຫຼາຍສິງຫຼາຍຢ່າງທີແຊບຫຼາຍແຕ່ມານຳສະເໜີບາງຢ່າງອາຫານທີຄົນນິຍົມກິນ
ຖ້າຢ່າງຮູ້ວ່າແຊບສຳໃດຕ້ອງມາຊິມມາລອງມາທຽວເມືອງລາວ
















ເຂີນໄຟຟ້ານ້ຳເທີນ 2


ເຂື່ອນໄຟຟ້ານ້ຳເທີນ 2 ແລ່ນຈັກຜະລິດໄຟຟ້າສົ່ງໃຫ້ໄທ




ເຂືອນນໍ້າເທີນ

ຮູບພາບ
ບໍລິສັດນ້ຳເທີນ 2 ຈໍາກັດ ແຈ້ງໃຫ້ຮູ້ໃນມື້ວານນີ້ວ່າ: ມາຮອດວັນຈັນທີ 15 ມີນາ 2010 ເຄື່ອງ ຈັກທັງ 4 ຫນ່ວຍຈາກທັງຫມົດ 6 ຫນ່ວຍຂອງເຂື່ອນໄຟຟ້ານໍ້າເທີນ 2 ໄດ້ແລ່ນເຄື່ອງຈັກຢ່າງເປັນທາງການເພື່ອຜະລິດກະແສໄຟຟ້າຈຳນວນ 1.000 ເມກາວັດສະຫນອງ ໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ; ຂະນະທີ່ການຜະລິດສະຫນອງໃຫ້ລັດວິສາຫະກິດໄຟຟ້າລາວ ເພື່ອຊົມໃຊ້ພາຍໃນແມ່ນຈະມີຂຶ້ນໃນໄວໆນີ້.
ເຂື່ອນນ້ຳເທີນ 2 ເປັນໂຄງການພະລັງງານໄຟຟ້ານໍ້າຕົກທີ່ໃຫຍ່ທີ່ສຸດຂອງປະເທດໃນປະຈຸບັນ, ມີກຳລັງແຮງຕິດຕັ້ງ 1.080 ເມກາ ວັດດ້ວຍມູນຄ່າການກໍ່ສ້າງສູງເຖິງ 1,25 ຕື້ໂດລາສະຫະລັດ ເພື່ອຜະລິດສົ່ງຂາຍໃຫ້ປະເທດໄທ ຈຳນວນ 995 ເມກາວັດແລະສະຫນອງ ໃຫ້ພາຍໃນ 75 ເມກາວັດເປັນການລົງທຶນຮ່ວມກັນ ລະຫວ່າງ ລັດຖະບານລາວ ກັບນັກລົງທຶນຕ່າງປະເທດໃນຮູບແບບກໍ່ສ້າງ ດຳເນີນງານ ແລະມອບໂອນ; ປະກອບດ້ວຍ 4 ຂາຮຸ້ນຄື: ລັດຖະບານລາວ ຖືຮຸ້ນ 25%, ບໍລິສັດຜະລິດໄຟຟ້າມະຫາຊົນຈຳກັດ (ໄທ) ຖືຮຸ້ນ 25%, ບໍລິສັດໄຟ ຟ້າຝຣັ່ງສາກົນຖືຮຸ້ນ 35% ແລະ ອີກ 15% ເປັນຂອງບໍລິສັດອີຕາລຽນໄທພັດທະນາມະຫາຊົນຈໍາກັດ. ມີຜູ້ສະຫນອງທຶນ ເຖິງ 26 ທະນາຄານສາກົນ ລວມທັງສະຖາບັນການເງິນສາກົນຕ່າງໆ.
ເຂື່ອນນ້ຳເທີນ 2 ມີໄລຍະສໍາປະທານ 25 ປີ ເຊິ່ງຕະຫລອດໄລຍະເວລາດັ່ງກ່າວ ລັດຖະບານ ຈະໄດ້ລາຍຮັບຈາກຄ່າພາກຫລວງ, ເງິນປັນຜົນ ແລະ ອາກອນສູງເຖິງ 2 ຕື້ໂດລາສະຫະລັດ ຫລື ປີລະປະມານ 80 ລ້ານໂດລາສະຫະລັດ ເຊິ່ງເປັນຈໍານວນເງິນທີ່ສູງທີ່ ຈະຊ່ວຍເປັນທຶນຮອນໃນການພັດທະນສ້າງສາປະເທດຊາດ ຫລັງຈາກຫມົດອາຍຸສຳປະທານກໍ່ຈະຖືກມອບໂອນໃຫ້ລັດຄຸ້ມຄອງ
ນອກຈາກມີລາຍໄດ້ທາງການເງິນແລ້ວ ເຂື່ອນນ້ຳເທີນ 2 ຍັງ ນໍາຜົນປະໂຫຍດທາງອ້ອມດ້ານ ການພັດທະນາເສດຖະກິດ-ສັງຄົມ ມາສູ່ປະຊາຊົນທ້ອງຖິ່ນອີກຫລາຍ ດ້ານເຊັ່ນ: ປະກອບສ່ວນໃນການພັດທະນາຊົນນະບົດ, ການກໍ່ສ້າງໂຄງລ່າງພື້ນຖານຕ່າງໆ, ທ່ານ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ກ່າວກ່ອນຫນ້ານີ້.
ແຕ່ລະປີບໍລິສັດນ້ຳເທີນ 2 ຍັງສະຫນອງທຶນປະປະຈຳປີ 1 ລ້ານໂດລາສະຫະລັດຕະຫລອດໄລຍະ 25 ປີ ໃຫ້ກັບອົງ ການຮັບຜິດຊອບກ່ຽວກັບການປົກປັກຮັກສາອ່າງໂຕ່ງນາກາຍນ້ຳເທີນ.



ເສດຖະກິດ-ສັງຄົມ[ດັດແກ້]



ເສດຖະກິດ-ສັງຄົມ ຂອງແຂວງ ໄລຍະທີ່ຜ່ານມາຢູ່ໃນລະດັບ 9-10% ລວມຍອດຜະລິດຕະພັນປະມານ 2.300 ຕື້ກີບ, ສະເລ່ຍລາຍ ໄດ້ບຸກຄົນ ປະມານ 761 ໂດລາຕໍ່ຄົນຕໍ່ປີ (ສະເພາະປີ 2009). ຄາດວ່າ ຮອດ ທ້າຍປີ 2010 ຈະມີການປະເມີນ ກວດກາ ການນຳໃຊ້ທ່າແຮງ ແລະ ຈຸດສຸມໃນການພັດທະນາ ເສດຖະກິດ-ສັງຄົມ ໂດຍຈະສຸມໃສ່ບາງວຽກສຳຄັນ ຊຶ່ງນອກຈາກວຽກປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລ້ວ ໄດ້ສຸມໃສ່ການພັດທະນາພື້ນຖານ ໂຄງລ່າງກະສິກຳ ທີ່ຕິດພັນກັບໂຄງການໃຫຍ່ ຂອງລັດຖະບານ ເປັນຕົ້ນແມ່ນໂຄງ ການລຸ່ມເຮືອນຈັກນ້ຳເທີນ 2 ເພາະເຂດນີ້ ຈະມີຄວາມສາມາດ ເອົານ້ຳໄຫລເຂົ້ານາ ປະມານ 21.000 ເຮັກຕາ, ປີຜ່ານມານີ້ ໄດ້ທຶນສະໜັບສະໜູນ ຈາກທະນາຄານໂລກ ປະມານ 3.500.000 ໂດລາ ເພື່ອສຶກສາຂໍ້ມູນຄວາມເປັນໄປໄດ້ ໃນການອອກແບບ. ປະຈຸບັນໄດ້ປະກອບ ພະນັກງານທັງແຂວງ ແລະ ກະຊວງ ຄາດວ່າປີ 2014 ໃຫ້ສຳເລັດ. ໃນການ ສຶກສາອອກແບບ ແລະ ປີ 2015-2016 ແມ່ນເລີ່ມລົງມືກໍ່ສ້າງ, ສ່ວນຈຸດທີສອງແມ່ນຢູ່ເຂດລຸ່ມເຮືອນຈັກເທີນຫີນບູນ ເພາະຢູ່ຫີນບູນ ໄລຍະສອງນີ້ ຈະມີຄວາມ ສາມາດເອົານ້ຳລຸ່ມເຮືອນຈັກ ເຂົ້ານາໄດ້ປະມານເກືອບ 4.000 ເຮັກຕາ ຊຶ່ງທາງສະຖາບັນສຳຫລວດອອກແບບ ຂອງກະຊວງກະສິກຳ-ປ່າໄມ້ ໄດ້ສຳຫລວດແລ້ວ ແລະ ກໍໄດ້ຮັບ ທຶນສະໜັບສະໜູນ ຈາກບໍລິສັດ ໄຟຟ້າເທີນຫີນບູນ, ສຳລັບຈຸດທີສາມນັ້ນ ແມ່ນຈະສຸມໃສ່ພັດ ທະນາເຂດທົ່ງຮາບເຊບັ້ງໄຟ ເປັນຕົ້ນ ເມືອງໜອງບົກ, ເຊບັ້ງໄຟ ແລະ ເມືອງທ່າແຂກ ເພາະເຂດນີ້ ເປັນ ເຂດອູ່ເຂົ້າອູ່ປາ ປະຈຸບັນ ໄດ້ກວດກາຄືນບັນດາ ຊົນລະປະທານ ແລະ ໂຄງການອື່ນໆ ເພື່ອຈະມີການປັບປຸງ ແລະ ແກ້ໄຂ.
ການປູກໄມ້ອຸດສາຫະກຳ ໄມ້ວິກຂອງບໍລິສັດໂອຈິ ຍີ່ປຸ່ນ ໃນເນື້ອທີ່ປະມານ 20.000 ເຮັກຕາ, ກໍພວມເຕີບໃຫຍ່ຂະຫຍາຍຕົວ ຄາດວ່າປີ 2010 ຈະຜະລິດ ແລະ ເກັບກູ້ປະມານ 6 ແສນໂຕນ/ປີ ແລະ ຈະຕັ້ງໂຮງງານ ຢູ່ທ່າແຂກ ເພື່ອຈະບົດເປັນຝຸ່ນ ແລະ ສົ່ງຂາຍອອກຕ່າງປະເທດ, ຂະບວນການລ້ຽງສັດ ຂອງປະຊາຊົນເປັນ ຕົ້ນແມ່ນການລ້ຽງໝູ ສາມາດສົ່ງໝູອອກຂາຍ ໃນນະຄອນຫລວງວຽງຈັນມື້ໜຶ່ງປະມານ 300-350 ໂຕ, ຂະແໜງອຸດສາຫະກຳ ໄດ້ມີການລົງທຶນ ຂອງຕ່າງປະເທດ ເປັນຕົ້ນໂຄງການຂຸດຄົ້ນ ເກືອກາລີ ຢູ່ເຂດເມືອງໜອງບົກ, ເມືອງທ່າແຂກ ແລະ ເມືອງເຊບັ້ງໄຟ ຊຶ່ງມີຈຳນວນ 3 ບໍລິສັດ, ໃນນັ້ນ ມີບໍລິສັດ ຈາກ ສສຫວຽດນາມ 1 ບໍລິສັດ, ອີກ 2 ບໍລິສັດ ຈາກ ສປຈີນ, ປະຈຸບັນ ໄດ້ດຳເນີນການຂຸດ ຄົ້ນແລ້ວ 1 ບໍລິສັດ ຜົນໄດ້ຮັບປີໜຶ່ງປະມານ 1 ແສນໂຕນ, ສ່ວນບໍລິສັດທີ 2 ຄາດວ່າຈະສ້າງໂຮງງານຂຶ້ນ ໃນປີ 2012-2013, ການຜະລິດຊີມັງ ໄດ້ດຳ ເນີນປົກກະຕິປະມານ 8 ແສນກວ່າໂຕນ/ປີ, ແຕ່ດ້ານຕະຫລາດຮອງຮັບ ແມ່ນຍັງບໍ່ສາມາດ ຕອບສະໜອງໄດ້ ຢ່າງເຕັມສ່ວນ, ໄປຄຽງຄູ່ກັນນັັ້ນ ດ້ານວຽກງານການທ່ອງທ່ຽວ, ການບໍລິການ ປະຈຸບັນ ໄດ້ສຸມໃສ່ການພັດທະນາຢູ່ ເມືອງທ່າແຂກ ໃຫ້ເປັນເມືອງທ່ອງທ່ຽວ ໃນຕົ້ນປີ 2010 ແລະ ຈະມີໂຄງການພັດທະນາເສດຖະກິດ ເອີ້ນວ່າ: ເຂດເສດຖະກິດພິເສດ ຢູ່ເຂດສົ້ນຂົວຂ້າມແມ່ນ້ຳຂອງ ຄຳມ່ວນ-ນະຄອນພະນົມ, ຕາມທີ່ລັດຖະບານ ໄດ້ຕົກລົງ ໂດຍຈະເລີ່ມປະຕິບັດໃນທ້າຍປີ 2010 ຫຼື ຕົ້ນປີ 2011.
 

No comments:

Post a Comment