ສະຖານທີ່ທ່ອງທ່ຽວ





ຂົວມິດຕະພາບລາວ-ໄທ ແຫ່ງທີ 3
ຂົວມຶດຕະພາບ ລາວ - ໄທ ແຫ່ງທີ 3 ຂົວມິດຕະພາບລາວ-ໄທ ແຫ່ງທີ 3 ຂ້າມແມ່ນ້ຳຂອງ ແຫ່ງທີ່ 3 ເຊື່ອມຕໍ່ ເມືອງທ່າແຂກ ແຂວງຄຳມ່ວນ ສປປ.ລາວ ແລະ ອຳເພີເມືອງນະຄອນະພນົມ ຈັງຫວັດນະຄອນພະນົມ ປະເທດໄທ
ເຖິງປັດຈຸບັນນີ້ ການກໍ່ສ້າງ ແລ້ວໄປປະມານ 60 ສ່ວນຮ້ອຍ. ຈາກການຄາດໝາຍ ຢ່າງບໍ່ເປັນ ທາງການ ເຫັນວ່າອາດແລ້ວ ພາຍໃນເດືອນ ກັນຍາ 2011 ແລະ ຈະເປີດ ໃຊ້ປະມານ ວັນທີ 11 ເດືອນ 11 ປີ 2011. ເຈົ້າໜ້າທີ່ ຮັບຜິດຊອບ ໂຄງການກໍ່ສ້າງ ຂົວມິຕພາບ ລາວໄທ ແຫ່ງທີ 3 ເວົ້າວ່າ:
"ຄິດວ່າຈະ ເສັດກ່ອນ ສຳເຣັດຕາມໄດ້ ຫາລືກັບ ໂປຣເຈັກ ຝ່າຍໄທ ຄາດວ່າຈະເສັດ ລະຫວ່າງ ເດືອນ 9 ຂອງ 2011 ນີ້ແຫລ໋ະ ປັດຈຸບັນນີ້ ການກໍ່ສ້າງ ຢູ່ທີ່ກາງ ແມ່ນ້ຳຂອງ ດຳເນີນຢູ່ ການຢູ່ກາງນ້ຳ ພາກສ່ວນເທິງ ແລະ ກໍອາຄານ ດ່ານເຂົ້າອອກ ລະຫວ່າງ ສອງເບື້ອງ".
ທ່ານເວົ້າ ຕໍ່ໄປວ່າ ແຜນການກໍ່ສ້າງຂົວ ດັ່ງກ່າວ ຄືບໜ້າໄປ ໄດ້ໄວກວ່າ ກຳນົດທີ່ ທັງສອງປະເທດ ໄດ້ກະໄວ້ ຊຶ່ງຖືວ່າເປັນ ການດີ. ໃນເວລາດຽວກັນ ທາງການລາວ ກໍໄດ້ ກະຕຽມ ດັດແປງພື້ນທີ່ດິນ ໃກ້ໆກັບຂົວ ເພື່ອຈັດໃຫ້ ເປັນເຂດ ເສຖກິດພິເສດ ໂດຍການຂຍາຍ ຖນົນຫົນທາງໃຫ້ມີ ຄຸນນະພາບ ແລະໃຫ້ສາມາດ ເຊື່ອມຕໍ່ກັບ ເສັ້ນທາງ ທີ່ຈະໄປຮອດ ເຂດຊາຍແດນ ວຽດນາມໄດ້ ແລະ ເພື່ອຮອງຮັບ ຄວາມເຕີບໃຫຍ່ ຂອງເສຖກິດ ໃນອະນາຄົດ. ເຈົ້າໜ້າທີ່ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:
"ສຳລັບເຂດ ເສຖກິດ ພິເສດ ກໍດຳເນີນການ ໄປແລ້ວ ກໍມີການ ຈັດສັນເຣື້ອງພື້ນທີ່ ປາກົດວ່າ ສຳເຣັດແລ້ວ 618 ເຮັກຕາ ຢູ່ບໍເວນຕົ້ນຂົວ".
ຂົວມິຕພາບ ລາວໄທ ແຫ່ງທີ 3 ລະຫວ່າງ ຄໍາມ່ວນ ນະຄອນພະນົມ ມີຄວາມຍາວ 780 ແມັດ, ກວ້າງ 13 ແມັດ ແລະມີ 2 ທາງຈະຣາຈອນ. ໂຕຂົວ ຈະເປັນທາງ ປູຊີເມັນ, ຣັຖບານໄທ ໄດ້ຊ່ວຍເຫລືອ ງົບປະມານ ໃນການສ້າງ ມີມູນຄ່າ 60 ລ້ານໂດລາ ສະຫະຣັຖ
ຮູບ​ພາບ
ຂົວມິດຕະພາບແຂວງຄຳມ່ວນ





1. ແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດ ຂອງແຂວງຄໍາມ່ວນ ມີ 141 ແຫ່ງຄື:
ວັນຈັນ, 17 ມິ.ນ 2014 01:00
​​​
1
ກຳແພງຫີນ (ກຳແພງຫີນຍັກ)
31
ດົງໜອງເຈົ້າ
61
ກວນໄມ້ແຄນ
2
ຖ້ຳພະບ້ານຖ້ຳ
32
ໜອງສິມ
62
ຖ້ຳປ້ອງກວນຂັງ
3
ຖ້ຳພະອິນ
33
ໂນນສາວເອ້
63
ຂຸນນ້ຳຄຳດິບ
4
ຖ້ຳນາງແອ່ນ
34
ປາກເຊບັ້ງໄຟ
64
ຖ້ຳເຈຍ
5
ຖ້ຳປ່ອງ
35
ລ້ອງແພນ້ຳເຊບັ້ງໄຟ
65
ຖ້ຳເຕົ່າ
6
ຖ້ຳພະຈັນ
36
ຖ້ຳປີ້ງ
66
ຖ້ຳຜາໜອງສະຫວາຍ
7
ຖ້ຳຊຽງລຽບ
37
ປ່າແປກດິນພຽງ
67
ຂຸນອຸລາ
8
ທ່າຝຣັ່ງ
38
ຖ້ຳພະ
68
ຖ້ຳໄມ້ເຮ້ຍ
9
ຖ້ຳເຈົ້າຄຸນ
39
ຖ້ຳແລ້ງ
69
ຖ້ຳຜາງ່າມ
10
ຕາດນາສະອາດ(ຕາດທອງ)
40
ຖ້ຳມ່ວງໄຂ່
70
ຖ້ຳຕາພາ
11
ຂຸນນ້ຳພອນ
41
ຖ້ຳໃຫຍ່ນາສາມຜົວ
71
ຖ້ຳກະແສນ
12
ແປວຂົມຟາດ
42
ແກ້ງແປ
72
ທິວທັດເມືອງມະຫາໄຊ
13
ຖ້ຳພະ
43
ຖ້ຳຜາສ່ອງ
73
ຖ້ຳຜາຮ່ອມ
14
ຂຸນນ້ຳໃສ
44
ດານເກີ້ງ
74
ຕາດມະເລີດ
15
ຖ້ຳໄຂ່ເນົ່າ
45
ຫົວພູຊົນ
75
ຕາດສອງຊູ້
16
ຂຸນນ້ຳໂດນ
46
ຕາດຄຳ
76
ຕາດກະແດ້ງ
17
ຂຸນຫ້ວຍຊາຍ
47
ວັງວຽງຜີ
77
ດານຜາເຜິ່ງ
18
ຖ້ຳໄມ້ໜູນ
48
ດານອາເມຣະກາ (ພູຊອຍ)
78
ຖ້ຳງູໃຫ່ຍ
19
ກວນຊ້າງ
49
ຜາສະເກາະ
79
ຖ້ຳຕາວ
20
ກວນຄວາຍ
50
ພູສາວເອ້
80
ຖ້ຳນາງລອດ
21
ກວນບ້ານ
51
ກົກຝົນແສນຫ້າ
81
ຖ້ຳໂລ້
22
ຖ້ຳກວນຊ້າງ
52
ທຳມະຊາດເມືອງ
82
ຖ້ຳຫຼວງ
23
ຖ້ຳຜີເຊື້ອ
53
ຖ້ຳນ້ຳລອດ ຫຼື ຖ້ຳນ້ຳໄຫຼ
83
ໜອງບໍ່ຈໍ
24
ສາຍພູຄັນນາ (ຫົວພູສຸດຫຼັກ 4)
54
ຖ້ຳບ້ານນາຂາມ
84
ປ່າສະຫງວນຂອງເມືອງນາກາຍ
25
ຖ້ຳແຂ້ວຄວາຍບ້ານ ກົກ ຕອງ
55
ທຳມະຊາດປ່າສະຫງວນ
85
ຖ້ຳຫຼວງ
26
ໜອງເທົາ
56
ຖ້ຳຜາຫອຍ
86
ຖ້ຳຮ່ອມ
27
ຖ້ຳປາເຊືອມ
57
ຖ້ຳຜານາງ
87
ຖ້ຳລົມ
28
ປີ້ນຜາ
58
ຖ້ຳຜາກວນກະໂຊກ
88
ຖ້ຳແຂ່ວຄວາຍບ້ານ ເມືອງ ຫຼວງ
29
ຖ້ຳປາກະເດີດ
59
ຕາດຊຽງຊອນ
89
ຖ້ຳສັດ
30
ຫາດຊາຍນ້ຳຂອງ
60
ໜອງໝາລອດ
90
ຖ້ຳນ້ຳກ້ວາງ
ແຫຼ່ງທ່ອງທ່ຽວທໍາມະຊາດທີ່ແຂວງໄດ້ສັງລວມ ປີ 2013​.

ແຫລ່ງ: ອົງການພັດທະນາການທ່ອງທ່ຽວ
2. ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ ຂອງແຂວງຄໍາມ່ວນ ມີ 30 ແຫ່ງຄື:
ວັນຈັນ, 17 ມິ.ນ 2014 00:15
​​​​
1
ທາດເມືອງເກົ່າ
11
ພະອົງແສນນາ ຄື
21
ພະອົງແສນບ້ານ ສັງ
2
ສິມບ້ານຖ້ຳ
12
ວັດແສນໄຊ
22
ທາດຫົວນາ
3
ທາດວັດບ້ານຖ້ຳ
13
ວັດໂພວາ
23
ຖ້ຳຜາຊ້າງ
4
ທາດເມືອງພອນ
14
ວັດປ່າຜາວຽງແກ້ວ
24
ຖ້ຳຜາຊຽງດຸງ
5
ຮອຍພະບາດ
15
ວັດສີບຸນເຮືອງ
25
ກະຕືບ (ສິມເກົ່າ) ດົງ ບູນ
6
ຖ້ຳພະໜອງປາຝາ (ຖ້ຳພະ)
16
ທາດບ້ານນາຮີ
26
ວັດບ້ານສັງ
7
ຖ້ຳເຫີບ
17
ພະອົງຕື້ທ່າ ພະ
27
ວັດບ້ານເມືອງຫຼວງ
8
ທາດຕຸ້ມພະວັງ
18
ພະອົງຕື້ບ້ານ ຕາດ
28
ພະທາດອີຕຸ
9
ວັດຕຸ້ມພະວັງ
19
ຖ້ຳພະ
29
ກະຕືບ (ສິມເກົ່າ) ນາຫຼັກ
10
ວັດປ່າໂສກຄຳແສນ
20
ສີມເກົ່ານາ ກາຍ
30
ສິມເກົ່ານາງ ຮາງ

 

2. ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ ຂອງແຂວງຄໍາມ່ວນ ມີ 30 ແຫ່ງຄື:
ວັນຈັນ, 17 ມິ.ນ 2014 00:15
​​​​
1
ທາດເມືອງເກົ່າ
11
ພະອົງແສນນາ ຄື
21
ພະອົງແສນບ້ານ ສັງ
2
ສິມບ້ານຖ້ຳ
12
ວັດແສນໄຊ
22
ທາດຫົວນາ
3
ທາດວັດບ້ານຖ້ຳ
13
ວັດໂພວາ
23
ຖ້ຳຜາຊ້າງ
4
ທາດເມືອງພອນ
14
ວັດປ່າຜາວຽງແກ້ວ
24
ຖ້ຳຜາຊຽງດຸງ
5
ຮອຍພະບາດ
15
ວັດສີບຸນເຮືອງ
25
ກະຕືບ (ສິມເກົ່າ) ດົງ ບູນ
6
ຖ້ຳພະໜອງປາຝາ (ຖ້ຳພະ)
16
ທາດບ້ານນາຮີ
26
ວັດບ້ານສັງ
7
ຖ້ຳເຫີບ
17
ພະອົງຕື້ທ່າ ພະ
27
ວັດບ້ານເມືອງຫຼວງ
8
ທາດຕຸ້ມພະວັງ
18
ພະອົງຕື້ບ້ານ ຕາດ
28
ພະທາດອີຕຸ
9
ວັດຕຸ້ມພະວັງ
19
ຖ້ຳພະ
29
ກະຕືບ (ສິມເກົ່າ) ນາຫຼັກ
10
ວັດປ່າໂສກຄຳແສນ
20
ສີມເກົ່ານາ ກາຍ
30
ສິມເກົ່ານາງ ຮາງ


3. ແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ ຂອງແຂວງຄໍາມ່ວນ ມີ 29 ແຫ່ງຄື:
ວັນຈັນ, 17 ມິ.ນ 2014 00:10
​​
1
ສວນ 21 ມີນາ
11
ຖ້ຳປົກຄອງເມືອງ
21
ຖ້ຳຜາຫົວຜີ
2
ຫໍພິພິທະພັນປະທານໂຮ່ຈິມີນ
12
ຖ້ຳຜາກະເຕົາ
22
ຖ້ຳສາມສິບເຈັດ
3
ຖ້ຳທ່ຽງ (ຖ້ຳນ້ຳຢາດ)
13
ຖ້ຳພະຫ້ວຍຄຳ
23
ຖ້ຳທໍລະຊົນພໍ່
4
ຖ້ຳພະ
14
ຖ້ຳປ່ອງ
24
ວັດປ່າຜາລົມ
5
ຖ້ຳໂຮງໝໍປະຊາຊົນ
15
ຖ້ຳໂຮງສີ
25
ຖ້ຳໜອງຜຽງຊ້າງ
6
ຖ້ຳນາງຫຼົງ
16
ຖ້ຳບຳລຸງ
26
ເຮືອນລ້ຽງສັດເຈົ້າເພັດສະລາດ
7
ຖ້ຳໂຮງໝໍທະຫານ
17
ຖ້ຳສະບຽງອາຫານ
27
ຂຸມລະເບີດເສດເຫຼືອສົງຄາມ
8
ຖ້ຳຂີ້ເຈຍ
18
ຖ້ຳສື່ສານ
28
ເສັ້ນທາງໂຮ່ຈິມິນ
9
ຖ້ຳຄ້າຍທະຫານລາວ
19
ຖ້ຳປົກຄອງແຂວງ
29
ກະຕຶບບ້ານາ
10
ຖ້ຳຄ້າຍທະຫານຫວຽດນາມ
20
ຖ້ຳກະສິກຳ



ແຫລ່ງ: ອົງການພັດທະນາການທ່ອງທ່ຽວ

1. ພະທາດສີໂຄດຕະບອງ (ແຂວງຄໍາມ່ວນ).

ວັນອາທິດ, 16 ມິ.ນ 2014 02:00



ພະທາດສີໂຄດ
​​​​​​​​​​​​​​​​​​     ​

  




  

ພະທາດສີໂຄດຕະບອງ ຕັ້ງຢູ່ບ້ານສີໂຄດ ແຄມຝັ່ງແມ່ນໍ້າຂອງໃນວັດເກົ່າ ເຊິ່ງບໍລິເວນນີ້ ເຄີຍເປັນໃຈກາງຂອງອະດີດ ເມືອງຫຼວງທີ່ເກົ່າແກ່ຂອງອານາຈັກລ້ານຊ້າງ. ຕາມທາງເລກທີ 13 ໃຕ້ຫ່າງຈາກເມືອງທ່າແຂກ 6 ກິໂລແມັດ. ເສດຕະສັດ 7 ຊັ້ນ ໃນແກນເປັນເຫຼັກ, ເສດຕະສັດເຮັດ ດ້ວຍ ເງິນ ແລະ ຄໍາ, ປາຍເສດຕະສັດມີໂຄມແກ້ວ (ສະເພາະເສດຕະສັດສູງ 2 ແມັດ), ບໍລິເວນຕີນພະທາດ ກ້ວາງດ້ານລະ 25 ແມັດ, ສູງ 30 ແມັດ). ພະທາດ​ນີ້ ສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງລະຫວ່າງສັດຕະວັດທີ VI–VIII. ພະທາດໜ່ວຍນີ້ເປັນ ບ່ອນບັນຈຸກະດູກອັດ ຖິຂອງພະ​ພຸດທະເຈົ້າ ໃນສັດຕະວັດ ທີ VI. ໃນນີ້ຍັງມີຮູບປັ້ນຂອງພະຍາສີໂຄດຕະບອງຢືນຢ່າງສະຫງ່າລາສີ. ພົງສາວະດານ ກ່າວເຖິງພະທາດ ໜ່ວຍນີ້ວ່າ: ໃນ ສັດຕະວັດທີ XVI, ເຊິ່ງເປັນ​ໄລຍະທີ່ອານາຈັກລ້ານຊ້າງຄອບຄອງແຖບນີ້, ພຸດທະສາສະໜານິກາຍຫິນະຍານໄດ້ແຜ່ອິດທິພົ​ນເຂົ້າມາໃນຂົງເຂດ​​ນີ້ ແລະ ເຈົ້າຊີວິດໃນສັດຕະວັດທີ່ 16 (ຄ.ສ 15201-1747 ໄດ້ສັ່ງໃຫ້ມີການບູລະນະພະທາດໜ່ວຍ ນີ້). ໃນ ຄ.ສ 1539, ການປະຕິສັງຂອນເປັນແບບສິລະປະລ້ານຊ້າງໂດຍ

2. ຖ້ຳກອງລໍ(ແຂວງຄໍາມ່ວນ).

2. ຖ້ຳກອງລໍ(ແຂວງຄໍາມ່ວນ).
ວັນອາທິດ, 02 ມິ.ນ 2014 04:00
 
​​​​​​​​
 
ໍ້າກອງລໍ






ຖໍ້າກອງລໍ: ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ທີ່ມີຊື່ສຽງລະດັບແນວໜ້າຂອງໂລກ ຍ້ອນວ່າເປັນຖໍ້າທີ່ມີສາຍນໍ້າຫີນບູນ ໄຫຼຜ່ານອຸໂມງຂອງພູຫີນບູນເຂົ້າໄປ ແລ້ວ ປ່ອງໃສ່ແມ່ນໍ້າຂອງ. ຖໍ້າກອງລໍຕັ້ງຢູ່ລະຫວ່າງບ້ານນາຕານ ແລະ ບ້ານກອງລໍ, ເມືອງຄູນຄຳ ເຊິ່ງຫ່າງຈາກເມືອງ 46 ກິໂລແມັດ. ​ບັນດານັກ ທ່ອງທ່ຽວ ສາມາດ ເດີນທາງຈາກ ເສັ້ນທາງເລກທີ 13 ເຂົ້າໄປຕາມ ເສັ້ນທາງເລກ 8 ອາດຈະຮອດບ້ານຄູນຄຳ ເຊິ່ງຫ່າງຈາກ ຖ້ຳກອງລໍ 40 ກິໂລແມັດ. ສຳລັບທາງເລືອກອື່ນ ທີ່ເໝາະສົມກັບຜູ້ ມັກການປະຈົນໄພ ແມ່ນ ຂີ່ເຮືອຈັກຫາງຍາວ ລ່ອງໄປຕາມ ສາຍນ້ຳຫີນບູນຈາກບ້ານນາ. ຈັ່ງໃດກໍ່ຕາມ, ບັນດານັກທ່ອງທ່ຽວສາມາດພັກ ແຮມຄືນນຳເຮືອນຊາວບ້ານ ບ້ານນາຫີນ, ບ້ານນາຕານ ແລະ ບ້ານກອງລໍ. ຖໍ້າກອງລໍ ມີຄວາມຍາວປະມານ 7.500 ແມັດ, ເຊິ່ງມີຄວາມກ້ວາງປະມານ 30 ແມັດ ແລະ ສູງນັບແຕ່ 20 ແມັດຫາ 100 ແມັດ. ຖໍ້າກອງລໍ ເປັນ ຖໍ້າທີ່ສວຍງາມ ແລະ ມີສະເໜ່ດຶງດູດທີ່ສຸດ ເພາະທາງໃນຖໍ້າ ມີແກ້ງ, ຫີນຍ້ອຍ, ຫາດຊາຍ ທີ່ສວຍງາມຈຳນວນ 20 ກວ່າຈຸດ ເພື່ອໃຫ້ນັກທ່ອງທ່ຽວໄດ້ຊົມ. ບັນດານັກທ່ອງທ່ຽວສາມາດຂີ່ເຮືອລອດຜ່ານເຂົ້າໄປໃນຖ້ຳ ໄດ້ຕະຫຼອດ. 
  ໃນລະດູແລ້ງ ເປັນໄລຍະ ເໝາະສົມທີ່ສຸດ ເພື່ອຊົມຮູບໂສມສີສັນຂອງຖ້ຳ ໂດຍການຂີ່ເຮືອເຂົ້າໄປພາຍໃນຖ້ຳ ແລ້ວກໍ່ສາມາດລົງຈາກເຮືອແວ່ທ່ຽວຊົມ ທິວທັດ ແລະ ຍ່າງເລາະຫຼິ້ນຕາມ ຫາດຊາຍຂາວ ດ້ວຍການສຳ ພັດກັບອາກາດທີ່ເຢັນ ສະບາຍ. ພາຍໃນຖ້ຳນັກທ່ອງທ່ຽວຈະມີຄວາມສຸກ ພາຍໃຕ້ບັນຍາກາດ ພາຍໃຕ້ຄວາມ ສວຍງາມ. ບົນເສັ້ນທາງພາຍໃນຖ້ຳມີຫີນ ຍ້ອຍ, ໂງ່ນຫີນ ແລະ ຫາດ ຊາຍຈຳນວນຫຼວງຫຼາຍອັນສວຍສົດງົດງາມເປັນທີ່ຈັບອົກຈັບໃຈທີ່ສຸດ. ຖໍ້າກອງລໍ-ນາຕານ ຖືກຄົ້ນພົບແຕ່ສະ​ຕະວັດທີ XVI, ໃນຊຸມປີ 1960 ເລີ່ມນຳໃຊ້ ເຮືອຫາງຍາວເປັນພາຫະນະເດີນທາງ ໄປ-ຜ່ານຖ້ຳແຫ່ງນີ້ ຂອງຄົນທ້ອງຖິ່ນ. ການສໍາຫຼວດຢ່າງຈິງຈັງ ເປັນຄັ້ງທໍາອິດ ເລີ່ມໃນເດືອນກຸມພາ 1995 ແລະ ພົບວ່ານັກທ່ອງທ່ຽວ ສາມາດ ຂີ່ເຮືອຈັກຫາງ ຍາວແລ່ນລອດເຂົ້າຖໍ້າ ແລະ ຜ່ານອອກອີກດ້ານອື່ນ ເຊິ່ງຫຼຸດຜ່ອນເວລາໃນການສັນຈອນຈາກ 2 ຊົ່ວໂມງມາເປັນປະມານ 1 ຊົ່ວໂມງ.   


ຖ້ຳນົກແອ່ນ(ຖ້ຳນາງແອ່ນ)
 1.ປະຫວັດຄວາມເປັນມາຂອງຖໍ້ານາງແອ່ນ
ຖ້ຳນາງແອ່ນເປັນຖ້ຳທີ່ເກົ່າແກ່ທີ່ທຳມະຊາດສັນສ້າງຂື້ນຢ່າງສວຍສົດງົດງາມ ແລະເປັນທີ່ໜ້າອັດສະຈັັນ.ເປັນເວລາຫລາຍລ້ານປີແລ້ວ ຈົນມາຮອດໃນສະໃໝລາວຕົກເປັນຫົວເມືອງຂື້ນຂອງຟຮັ່ງ .ທ່ານ ໂຟຣມາເຊ ຄົນຟຮັ່ງ ໄດ້ເປັນຄົນຄົ້ນພົບ ແລະທ່ານກໍ່ໄດ້ລົງສໍາຫລວດສະພາບພາຍໃນຖ້ຳເປັນຄົນທຳອິດໃນປີ ຄ.ສ 1927 ໂດຍ ທ່ານ ໂຟຼຣມາເຊ ໄດ້ມີການແຕ້ມແຜນທີ່ການສໍາຫລວດຈາກທິດຕາເວັນອອອກຫາທິດຕາເວັນຕົກອີກດ້ວຍ.ຄົນຍັງເອີ້ນອີກຊື່ໜື່ງວ່າ ຖ້ຳນົກແອ່ນ ຍ້ອນ 20 ກ່ວາປີ ທີ່ຜ່ານມາມີນົກແອ່ນອາໃສຢູ່ຢ່າງຫລວງຫລາຍ.ແຕ່ລັດຖະບານລາວໄດ້ຈັດເອົາຖ້ຳນາງແອ່ນເປັນສະຖານທ່ອງທ່ຽວທີ່ສຳຄັນ.ຈື່ງໄດ້ທຳການເປີດເປັນສະຖານທີ່ທ່ອງທ່ຽວໂດຍມີການສຳປະທານຈາກເອກະຊົນ.ໄລຍະຂອງເວລາການສຳປະທານແມ່ນ 50 ປີ.ໂດຍແມ່ນ ທ່ານ ເຂັມເພັດ ແກ້ວເພຍຈັນເປັນຜູ້ຮັບສຳປະທານຈາກລັດຖະບານ . ເມື່ອມີການເປີດນໍາໃຊ້ຖໍ້າ.ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດມາເປັນຈຳນວນຫລວງຫລາຍເຮັດໃຫ້ນົກແອ່ນທີ່ເຄີຍອາໃສຢູ່ ໄດ້ຄ່ອຍໆ ຍ້າຍອອກໄປ.ເຊີ່ງໃນປັດຈຸບັນບໍ່ພົບເຫັນແລ້ວ.ອີກດ້ານໜື່ງຍັງມີນິທານທີ່ເລົ່າຂານກັນກ່ຽວກັບຖ້ຳນາງແອ່ນແຫ່ງນີ້ວ່າ ບໍລິເວນຖ້ຳນາງແອ່ນແມ່ນສະຖານທີ່ ທີ່ທ້າວ ຊຽງ ຊິ່ງເປັນລູກຊາຍຂອງເຈົ້າພະຍາ ໄດ້ມາລົມກັບນາງ ສຸທາວະດີ .ລູກບຸນທໍາທີ່ພະລືສີ ອົງໜື່ງ ໄດ້ລຽ້ງດູມາແຕ່ເກີດໂດຍ ປະຈຸບັນຍັງຄົງເຫລືອຮ່ອງຮອຍຢູ່ ເຊັ່ນ ຫີນທີ່ມີຮູບຮ່າງຄືພະລືສີ ,ຫີນພະຊິວະຂອງທ້າວ ຊຽງ, ຫີນພະໂຍນີ ແລະ ຮອຍຕີນຂອງນາງສຸທາວະດີ ທັງໝົດນີ້ລ້ວນເປັນສີ່ງທີ່ສາມາດສ້າງຄວາມປະທັບໃຈໃຫ້ກັບຜູ້ທີ່ມາທ່ຽວຊົມຫລາຍສົມຄວນ.ຖໍ້ານາງແອ່ນຍັງມີນັກທ່ອງທ່ຽວຄົນສຳຄັນຈາກຕ່າງປະເທດທີ່ເຮົາຮູ້ຈັກເປັນຢ່າງດີຄື ສົມເດັດພະເທບ ລັດຕະນະລາດສຸດາສະຫຍາມບໍລົມລາດສະກູມາລີ ແຫ່ງລາດຊະອານາຈັກໄທ ພະອົງມາທ່ອງທ່ຽວຊົມ,ຜັກຜ່ອນຢູ່ສະຖານທີ່ແຫ່ງນີ້ວັນທີ 13-17/1993 ເພິ່ນຍັງໃຫ້ທຶນບາງສ່ວນໃນການປັບປຸງບູລະນະຖໍ້ານາງແອ່ນອີກດ້ວຍ.

ຖໍ້ານາງແອນ


No comments:

Post a Comment